- ນັກຮຽນ, ນັກສຶກສາ ຫຼື ນັກຄົ້ນຄວ້າ ທີ່ຂຶ້ນກັບຂະແໜງການສຶກສາໃດໜຶ່ງ.
- ເປັນບຸກຄົນ, ນິຕິບຸກຄົນ ທີ່ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ.
- ເປັນນິຕິບຸກຄົນ ທີ່ຮ່ວມທຶນກັບຕ່າງປະເທດ, ແຕ່ຄົນລາວຈະຕ້ອງຖືຮຸ້ນ ຢ່າງໜ້ອຍ 51% ຂອງຈຳນວນຮຸ້ນທັງໝົດ.
- ຜູ້ສະເໜີເຂົ້າແຂ່ງຂັນຕ້ອງເປັນເຈົ້າ ຂອງຜົນງານ/ຜະລິດຕະພັນ ຖືກຕ້ອງ ສອດຄ່ອງ ຕາມກົດໝາຍຊັບສິນ ທາງປັນຍາ;
- ການພັດທະນາຕ້ອງເຮັດຂຶ້ນໃນ ສປປ.ລາວ ຢ່າງໜ້ອຍ 51% ລວມມີ: ການຄົ້ນຄວ້າ, ການພັດທະນາ ແລະ ການອອກແບບ.
- ໜື່ງຜະລິດຕະພັນສາມາດສົ່ງເຂົ້າແຂ່ງໄດ້ໜວດດຽວເທົ່ານັ້ນ.
ຜະລິດຕະພັນ, ການບໍລິການ ຫຼຶ ໂຄງການດີຈີຕ໋ອນທີ່ກ່ຽວຂ້ອງກັບພາກລັດ ແລະ ພາກເອກະຊົນ ໃນການສົ່ງເສີມ ແລະ ຮັບໃຊ້ສັງຄົມ ເຊັ່ນ: ລັດຖະບານດີຈີຕ໋ອນ, ຂົງເຂດອຸດສາຫະກໍາດີຈີຕ໋ອນ, ການຄຸ້ມຄອງບໍລິຫານ, ໂລຈີດສະຕິກ, ການເງີນ-ທະນາຄານ, ການສື່ສານ, ສາທາລະນະສຸກ ແລະ ອື່ນໆ.
ແນວຄວາມຄິດທຸລະກິດເກີດໃໝ່ທີ່ຕິດພັນກັບການຄ້າ, ການບໍລິການ ຫຼື ທຸລະກິດທີ່ມີຄວາມເປັນໄປໄດ້ ຊື່ງຖືເອົາການຫັນເປັນດີຈີຕ໋ອນ ແລະ ຄວາມທັນສະໄຫມຂອງເຕັກໂນໂລຊີ ເພື່ອຍົກລະດັບຄຸນນະພບການຜະລິດ, ປັບປຸງຮູບແບບທຸລະກິດ ແລະ ຍົກລະດັບຊີວີດການເປັນຢູ່ໃຫ້ດີຂື້ນຂອງສັງຄົມເປັນບໍລິສັດທີ່ຈົດທະບຽນບໍ່ເກີນ3ປີ.
ຜົນງານຂອງນັກພັດທະນາ, ແນວຄວາມຄິດທຸລະກີິດເກິດໃຫມ່-ສ້າງສັນ, ເວທີສໍາຫຼັບນັກສືກສາ, ການຄົ້ນຄວ້າ, ການສ້າງທີ່ເປັນການຄົ້ນພົບ ຫຼື ປະດິດຄວາມຮູ້, ວິທີການ, ຜະລິດຕະພັນທີ່ຄິດຄົ້ນໂດຍນັກສຶກສາທີ່ໄດ້ຮັບການຍັ້ງຢຶນຈາກສະຖາບັນການສຶກສາ.
ຜະລິດຕະພັນ, ການບໍລິການຂອງບັນດາຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ໂດຍການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນວຽກງານເວັບໄຊ, ສື່ໂຄສະນາ, ເນື້ອໃນທີ່ມວນຊົນ, ເວທີການສະແດງ, ຮູບພາບ, ວີດີໂອ ແລະ ດີຈີຕ໋ອນມີເດຍ.
ຜະລິດຕະພັນ, ການບໍລິການ ຫຼື ໂຄງສ້າງການດີຈີຕ໋ອນທີ່ເກິດຂື້ນຈາກການຄົ້ນຄວ້າເຊີ່ງສົ່ງເສີມນະວັດຕະກໍາເປັນຂໍ້ໄດ້ປຽບໃນການແຂ່ງຂັນຫຼັກ ເພື່ອສ້າງຜົນກະທົບທີ່ໂດດເດັ່ນໃນວິທີການດໍາເນິນທຸລະກິດ ຫຼື ຍົກສູງຄຸນນະພາບຊີວິດຂອງຜູ້ຊົມໃຊ້ຢ່າງຫຼວງຫຼາຍ.