ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຖະແຫຼງຂ່າວການຈັດງານສັບປະດາດິຈິຕອນລາວ (Lao Digital Week) ປະຈໍາປີ 2025 ຂຶ້ນໃນຕອນບ່າຍຂອງວັນທີ 14 ກຸມພາ 2025, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຂອງ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ, ໂດຍໃຫ້ກຽດຖະແຫຼງຂ່າວ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ ພາຍໃນກະຊວງ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ກ່າວວ່າ: ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກໍາລັງຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຢ່າງເປັນຂະບວນຫ້າວຫັນຟົດຟື້ນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ພາຍໃຕ້ ການຊີ້ນໍາ-ນໍາພາຂອງຄະນະລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ ຈະໄດ້ຈັດງານສັບປະດາດິຈິຕອນ (Lao Digital Week) ປະຈຳປີ 2025 ແລະ ເພື່ອເປັນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງ ພັກ ແລະ ລັດ ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ຈຸດປະສົງຂອງການຈັດງານສັບປະດາດິຈິຕອນ ຄັ້ງນີ້ແມ່ນ ເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມ ດິຈິຕອນ ຂອງ ສປປ ລາວ; ເພື່ອຊຸກຍູ້ສົ່ງເສີມການນໍາໃຊ້ນະວັດຕະກຳ ທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ດິຈິຕອນ ທີ່ທັນສະໄໝເຂົ້າໃນທຸກຂະແໜງການພັດທະນາ ເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ, ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ; ເພື່ອຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດິຈິຕອນ ຂອງ ສປປ ລາວ ເຂົ້າຮ່ວມ ແຂ່ງຂັນໃນລະດັບເວທີ ອາຊຽນ ແລະ ສາກົນ ເປັນຕົ້ນແມ່ນ ງານແຂ່ງຂັນ ASEAN ICT Award 2025; ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ ດິຈິຕອນ ກໍຄື ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນ ໃຫ້ປາກົດຜົນເປັນຈິງ.
ງານສັບປະດາດິຈິຕອນ 2025 ຈະຈັດຂຶ້ນລະຫວ່າງ ວັນທີ 2-6 ເມສາ 2025, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງງວຽງຈັນ, ພາຍໃຕ້ ຄໍາຂວັນ “ພັດທະນາໂຄງລ່າງພື້ນຖານ ດິຈິຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ, Building Resillience and Sustainable Digital Infrastructure for Lao PDR”. ເປັນງານມະຫາກຳເຕັກໂນໂລຊີໄອຊີທີ ແລະ ດິຈິຕອນ ຊຶ່ງຈະປະກອບມີ ຫຼາຍກິດຈະກໍາ ຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເຊັ່ນ: ກອງປະຊຸມລະດັບສູງ (High-Level Forum) ທີ່ໄດ້ເຊີນບັນດາການນໍາຂອງແຕ່ລະກະຊວງ ເພື່ອເຂົ້າຮ່ວມແລກປ່ຽນບົດຮຽນໃນການຫັນແຕ່ລະຂະແໜງການເປັນທັນສະໄໝ ແລະ ເພື່ອ ປືກສາຫາລື ແນວທາງການເຊື່ອມໂຍງ ແລະ ການເຮັດວຽກຮ່ວມກັນ ເພື່ອສ້າງລະບົບທັນສະໄໝຂອງແຕ່ລະຂະແໜງການ, ສ້າງສະພາບເວດລ້ອມໃນການອໍານວຍຄວາມສະດວກໃຫ້ປະຊາຊົນ ແລະ ຜູ້ປະກອບການ; ກອງປະຊຸມສຳມະນາ ກ່ຽວກັບ ການຫັນເປັນລັດຖະບານດິຈິຕອນ, ການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການສ້າງເສດຖະກິດດິຈິຕອນ, ສໍາມະນາອຸສາຫະກໍາ 4.0 ແລະ ເຕັກໂນໂລຊີອັດສະລິຍະ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະໜາດໃຫຍ່ (Big Data), ການປະມວນຜົນຜ່ານລະບົບຄລາວ (Cloud Computing), ປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IoT), ການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບຕະຫຼາດແຮງງານໃນຍຸກດິຈິຕອນ ແລະ ອື່ນໆ; ງານວາງສະແດງ ແລະ ການສາທິດ ຜົນສໍາເລັດ ເຕັກໂນໂລຊີ ຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການສື່ສານ ແລະ ນະວັດຕະກຳ ທີ່ເປັນຜົນງານການຄົ້ນຄວ້າ ແລະ ປະດິດສ້າງຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈຳນວນ 100 ກວ່າ ຮ້ານວາງສະແດງ (booth); ເວທີການພົບປະ (Networking), ສົນທະນາປຶກສາຫາລື ແລະ ແລກປ່ຽນ ຄໍາເຫັນກ່ຽວກັບການຄົ້ນຄວ້າ ແລະ ການລົງທຶນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ, ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ;ກິດຈະກໍາການແຂ່ງຂັນ Lao ICT Awards 2025, ການແຂ່ງຂັນຄວາມປອດໄພທາງໄຊເບີ, ການແຂ່ງຂັນຮຸ່ນຍົນ ROBOT competition, ການນໍາສະເໜີແນວຄວາມຄິດຂອງຜູ້ປະກອບການ Start-up ແລະ ນະວັດຕະກໍາ ຕ່າງໆ.
ງານສັບປະດາດິຈິຕອນຄັ້ງນີ້ ຈະເກີດຂຶ້ນໄດ້ກໍຍ້ອນໄດ້ຮັບການອຸປະຖໍາຈາກບັນດາຜູ້ປະກອບການ ແລະ ບໍລິສັດຫ້າງຮ້ານຕ່າງໆ ຊຶ່ງໄດ້ຈັດລະດັບການອຸປະຖໍາເປັນ 4 ລະດັບ ຄື: 1 Diamond, 2 Platinum, 3 Gold ແລະ 4 Silver, ແຕ່ລະປະເພດຈະໄດ້ຮັບຮ້ານວາງສະແດງ, ສິ່ງອໍານວຍຄວາມສະດວກ, ສື່ໂຄສະນາ, ມີ Logo ໃນແຜ່ນປ້າຍຂອງງານ ແລະ ສິດທິພິເສດອີກຫຼາກຫຼາຍໃນງານ. ນອກນັ້ນ, ບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆ ຍັງສາມາດເຊົ່າຮ້ານວາງສະແດງ (Booth) ເພື່ອສະແດງສິນຄ້າ ຫຼື ຜະລິດຕະພັນຂອງຕົນໃນງານໄດ້. ສຳຫຼັບພາກລັດ, ສະຖາບັນການສືກສາແມ່ນຈະໄດ້ສິດໃນການໃຊ້ຮ້ານວາງສະແດງໂດຍບໍ່ໄດ້ຈ່າຍຄ່າ. ລາຍລະອຽດ ກ່ຽວກັບ ສິດທິພິເສດຂອງຜູ້ອຸປະຖໍາ ແລະ ຜູ້ເຂົ້າຮ່ວມງານນັ້ນ, ບັນດາ ທ່ານ ສາມາດຮັບເອົານໍາຄະນະຮັບຜິດຊອບ ຈັດງານຄັ້ງນີ້ ຫຼື ຮັບຜ່ານເວັບໄຊ ຂອງງານຄັ້ງນີ້.
ຕອນທ້າຍ, ທ່ານຍັງໄດ້ເຊື້ອເຊີນບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດ ເອກະຊົນ ແລະ ຜູ້ປະກອບການ ດ້ານໄອຊີທີ ແລະ ດິຈິຕອນ ທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົາ ເຂົ້າຮ່ວມໃນງານດັ່ງກ່າວ ເພື່ອໂຄສະນາເຜີຍແຜ່ ແລະ ວາງສະແດງຜົນງານ ແລະ ຜະລີດຕະພັນ ຂອງຕົນ.
ນະໂອກາດນີ້, ຂໍສະແດງຄວາມຮູ້ບຸນຄຸນ ມາຍັງບັນດາຜູ້ນຳພັກ-ລັດ, ແລະ ບັນດາ ພາກສ່ວນທີ່ຕ່າງໆ ທີ່ໄດ້ໃຫ້ການຊີ້ນຳ-ນຳພາ ແລະ ສະໜັບສະໜູນ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ ເຕັກໂນໂລຊີ ແລະ ການສື່ສານ ກໍຄືການຈັດງານໃນຄັ້ງນີ້ໃຫ້ສຳເລັດເປັນຢ່າງດີ ແລະ ຂໍອວຍພອນໃຫ້ບັນດາທ່ານ ຜູ້ນຳພັກ-ລັດ ແຂກຜູ້ມີກຽດທຸກໆທ່ານ, ບັນດາສື່ມວນຊົນ, ນັກຂ່າວ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ມີຄວາມຜາສຸກໃນຄອບຄົວ.
H.E. Academician Prof. Boviengkham VONGDARA, Member of the Party Central Committee, Minister of Technology and Communications
In the midst of the ongoing efforts by the Party, armed forces, and Lao citizens across the country in the active implementation of the resolution of the 11th Party Congress and the 9th Five-Year National Socio-Economic Development Plan, the Ministry of Technology and Communications, under the leadership of the National Committee on Digital Transformation of Lao PDR, will organize Lao Digital Week 2025 to commemorate three historic anniversaries of the Party and the government. These include the 70th anniversary of the Lao People’s Revolutionary Party, the 50th anniversary of the establishment of the Lao PDR, and the 105th anniversary of the birth of the late President Kaysone Phomvihane. Therefore, today, the Ministry of Technology and Communications is holding this press conference to inform and provide details to all stakeholders.
The primary objectives of organizing Lao Digital Week are as follows:
Lao Digital Week 2025 is scheduled to take place from April 2–6, 2025, at the National Convention Centre in Vientiane Capital, under the theme “Building Resilience and Sustainable Digital Infrastructure for Lao PDR.”
The Digital Week will feature a diverse range of activities, including:
Lao Digital Week 2025 will be made possible through the generous support and sponsorship of various stakeholders and exhibitors, with sponsorship and exhibitor participation organized into four levels: 1) Diamond, 2) Platinum, 3) Gold, and 4) Silver. Each level will receive exhibition booths, access to event facilities, media exposure, their logo on event banners, and additional privileges during the event. Furthermore, companies and exhibitors can rent additional booths to showcase their products or services. Government agencies and educational institutions will be granted exhibition booth space free of charge. Details regarding the special privileges of sponsors and participants can be obtained from the organizing committee of this event or through the event’s official website.
On this auspicious occasion, I would like to extend a cordial invitation to ministries, government agencies, international organizations, research institutions, educational institutions, universities, the private sector, entrepreneurs in the ICT and digital sectors, both domestic and international, as well as Lao people of all ethnicities, to participate, promote the event, and showcase their works and products.
In this regard, I would like to express my sincere gratitude to all government leaders and relevant sectors for their invaluable guidance and support in facilitating the Ministry of Technology and Communications, particularly in organizing this event. I would also like to extend my best wishes to all esteemed government leaders, distinguished guests, representatives of the press, and journalists for their continued good health, success in their professional endeavors, and happiness in their personal lives.