ຄວາມເປັນມາຂອງການປະກວດ:

ໂຄງການ ຈັດປະກວດ Lao ICT Award ເປັນໂຄງການ ຂອງ ກະຊວງ ປທສ, ຊຶ່ງເລີ່ມຈັດຂຶ້ນມາຕັ້ງແຕ່ປີ 2017 ເພື່ອສະໜັບສະໜູນ ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ແລະ ບໍລິສັດຕ່າງໆ ໄດ້ມີໂອກາດສະແດງສັກກະຍະພາບ ແລະ ຄວາມສາມາດ ຂອງຕົນ ທາງດ້ານໄອຊີທີ. ພ້ອມນັ້ນ, ກໍຍັງເປັນການສ້າງແຮງບັນດານໃຈໃນການສົ່ງຜົນງານເຂົ້າຮ່ວມໃນເວທີພາກພື້ນອາຊຽນ ກໍຄື ໂຄງການ ASEAN ICT Awards.
ສຳລັບ ປີ 2022 ແມ່ນຈະເປີດຮັບເອົາຜະລິດຕິພັນນະວັດຕະກຳ ໄອຊີທີຂອງ ລາວ ເພື່ອຄັດເລືອກເອົາຜົນງານທີ່ດີເດັ່ນ ໂດຍມີ 2 ໝວດໃຫຍ່ຄື: ໝວດທົ່ວໄປ ແລະ ໝວດນັກສຶກສາ

ໝວດຜະລິດຕະພັນ:

  • ບັນດາຊອບແວ, ອຸປະກອນໄອຊີທີຕ່າງໆ ທີ່ເຮັດໃຫ້ລະບົບການປະຕິບັດວຽກງານ ຂອງພາກລັດ ມີປະສິດທິພາບ, ປະສິດທິຜົນ, ໂປງໃສ່ ແລະ ປະຫຍັດງົບປະມານ;
  • ບັນດາຊອບແວ, ອຸປະກອນໄອຊີທີຕ່າງໆ ທີ່ຖືກຈັດຕັ້ງໂດຍ; ອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງທີ່ໃຫ້ບໍລິການສາທາລະນະ ເພື່ອໃຫ້ບໍລິການແກ່ສາທາລະນະຊົນ ຢ່າງຄຸ້ມຄ່າ ແລະ ດີທີ່ສຸດ;
  • ບັນດາຊອບແວ ທີ່ໄດ້ພັດທະນາຂຶ້ນມາ ເພື່ອຕອບສະໜອງວຽກງານສະເພາະ ຂອງລັດຖະບານ ໃນການບໍລິການປະຊາຊົນ, ຊຶ່ງການບໍລິການດັ່ງກ່າວ ແມ່ນຖືກຄຸ້ມຄອງໂດຍພາກລັດ.
  • ບັນດາຊອບແວ ທີ່ໄດ້ຮັບການພັດທະນາໂດຍ ພາກລັດ, ພາກເອກະຊົນ ຫຼື ບໍລິສັດທີ່ຮັບການລົງທຶນໂດຍລັດຖະບານ ຫຼື ເງິນທຶນຈາກຕ່າງປະເທດ. ຊອບແວດ່ັງກ່າວ ອາດຢູ່ໃນໄລຍະການທົດລອງ, ຊຶ່ງບໍ່ຈຳເປັນຕ້ອງເປັນຊອບແວທີ່ສຳເລັດທຸກຂັ້ນຕອນ. ແຕ່ພາກລັດ ຫຼື ອົງການຈັດຕັ້ງທີ່ບໍລິການສາທາລະນະຊົນ ແມ່ນໄດ້ນຳໃຊ້ແລ້ວ.
  • ບັນດາຊອບແວທີ່ໄດ້ຮັບການພັດທະນາ ເພື່ອຈຸດປະສົງໃນການຄ້າ ແມ່ນບໍ່ລວມຢູ່ກັບໝວດນີ້.
  • ໜັງສືຢັ້ງຢືນຄວາມຮັບຮູ້ ຫຼື ການຍອມຮັບ ຈາກພາກສ່ວນທີ່ນຳໃຊ້ຊອບແວດັ່ງກ່າວ ຕ້ອງໄດ້ນຳສະເໜີລະຫວ່າງການເຂົ້າປະກວດ.
ບັນດາຊອບແວ, ອຸປະກອນໄອຊີທີຕ່າງໆ ທີ່ຕອບສະໜອງຄວາມຕ້ອງການຂອງພາກທຸລະກິດ ໃນການດຳເນີນທຸລະກິດ ເຊັ່ນ: ຊອບແວທີ່ນຳໃຊ້ ໃນທາງອຸດສະຫະກຳ, ການຂົນສົ່ງ, ການເງິນ, ທະນາຄານ, ການສຶກສາ, ການສຶ່ສານ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ.
ບັນດາຊອບແວ, ອຸປະກອນໄອຊີທີຕ່າງໆ ທີ່ເປັນປະໂຫຍດໃຫ້ແກ່ສັງຄົມ ຫຼື ກຸ່ມຄົນໃດໜຶ່ງ, ຊຶ່ງມີຈຸດປະສົງເພື່ອສົ່ງເສີມສິດທິ ແລະ ຄວາມຕ້ອງການຂອງກຸ່ມຄົນເຫຼົ່ານັ້ນ ຫຼື ເພື່ອສົ່ງເສີມການປັບປຸງສະຫວັດດີພາບ, ຄຸນນະພາບ ຊີວິດໃຫ້ດີຂຶ້ນ ແລະ ສ້າງມາດຕະຖານ ໃຫ້ແກ່ການດຳລົງຊີວິດ ແລະ ແນ່ໃສການຫຼຸດຜ່ອນຊ່ອງຫວ່າງທາງດ້ານດີຈີຕອນ. ຜະລິດຕະພັນອາດຈະຢູ່ໃນໄລຍະລິເລີ່ມການຈັດຕັ້ງປະຕິບັດ ຫຼື ໄລຍະການພັດທະນາ, ຊຶ່ງເຈົ້າຂອງຜະລິດຕະພັນ ອາດແມ່ນອົງການຈັດຕັ້ງລັດ ຫຼື ອົງກອນທີ່ບໍ່ຂຶ້ນກັບລັດຖະບານ. ເຖິງຢ່າງໃດກໍຕາມ ງົບປະມານໃນການພັດທະນາອາດມາຈາກພາກສ່ວນລັດ ຫຼື ເອກະຊົນ ຫຼື ທັງສອງ.
ບັນດາຊອບແວ, ອຸປະກອນໄອຊີທີຕ່າງໆ ທີ່ກ່ຽວກັບການລວບລວມບັນດາຂໍ້ຄວາມ, ສຽງ, ຮູບພາບ ແລະ ວິດີໂອ ເພື່ອສ້າງຄວາມບັນເທີງໃນຮູບແບບຂອງ multimedia, Infotainment, Immersion ເຊັ່ນ: ການສະໜອງຂໍ້ມູນຂ່າວສານ, ເວັບໄຊ, ວາລະສານ, ສົນທະນາ, ສາລະບັນເທິງ ແລະ ອື່ນໆ ໃນຮູບແບບດີຈີຕອນ ຫຼື ຜ່ານອິນເຕີເນັດ ແລະ ຕອບສະໜອງອຸດສະຫະກຳບັນເທິງ.
ບັນດາບໍລິສັດຕ່າງໆ ທີ່ຫາກໍ່ສ້າງຕັ້ງ ແລະ ດຳເນີນກິດຈະການ ກ່ຽວກັບການພັດທະນາຜະລິດຕະພັນໄອຊີທີ, ຊຶ່ງຕ້ອງມີເງຶ່ອນໄຂ ດັ່ງຕໍ່ໄປນີ້:
1. ສະແດງເອກະສານຢັ້ງຢືນການສ້າງຕັ້ງບໍລິສັດ.
2. ເປັນບໍລິສັດທີ່ຈົດທະບຽນບໍ່ເກີນ 3 ປີ ນັບຈາກວັນທີ່ຍື່ນເອກະສານເຂົ້າຮ່ວມການແຂ່ງຂັນ.
3. ຜູ້ທີ່ມີສິດເຂົ້າຮ່ວມການແຂ່ງຂັນ ຕ້ອງເປັນຜູ້ທີ່ຖືຫຸ້ນໃຫຍ່ ຂອງບໍລິສັດ ຫຼື ຜູ້ຫຼັກໃນການພັດທະນາຜະລິດຕະພັນ.
ການຄົ້ນຄ້ວາ, ການສ້າງ ທີ່ເປັນການຄົ້ນພົບ ຫຼື ປະດິດຄວາມຮູ້, ວິທີການ, ຜະລິດຕະພັນ ແລະ ການບໍລິການໃໝ່ ທີ່ຕອບສະໜອງຄວາມຕ້ອງການ ຂອງຕະຫຼາດ, ຊຶ່ງຕ້ອງມີເງື່ອນໄຂ ດັ່ງຕໍ່ໄດ້ນີ້:
  • ສ້າງສຳເລັດແລ້ວ ແຕ່ຍັງບໍ່ໄດ້ອອກສູ່ຕະຫຼາດ.
  • ໄດ້ເຮັດການຕະຫຼາດແລ້ວ, ແຕ່ຍັງບໍ່ມີຜູ້ຊົມໃຊ້ ຫຼື ຍັງບໍ່ໄດ້ສະໜອງ ໃຫ້ແກ່ຜູ້ຊົມໃຊ້.
  • ຜະລິດຕະພັນ ມີອາຍຸໜ້ອຍກວ່າ 1 ປີ ພາຍຫຼັງສຳເລັດ.
  • ຜະລິດຕະພັນ ຕ້ອງສາມາດສະແດງໃຫ້ເຫັນຄຸນລັກສະນະ ແລະ ຮູບແບບການເຮັດວຽກ, ເຖິງວ່າຍັງບໍ່ທັນສຳເລັດສົມບູນກໍຕາມ.
  • ຕອ້ງແມ່ນທຶນຕົນເອງ (ທຶນພາຍໃນ), ທຶນຈາກລູກຄ້າ ຫຼື ຜູ້ໃຊ້ ແລະ ບໍ່ແມ່ນທຶນທີ່ມີການຮ່ວມລົງທຶນ ຂອງຕ່າງປະເທດ.
  • ຕ້ອງແມ່ນຊັບສິນທາງປັນຍາ ຂອງຕົນເອງ ຫຼື ຂອງບໍລິສັດ.
ການຄົ້ນຄ້ວາ, ການສ້າງ ທີ່ເປັນການຄົ້ນພົບ ຫຼື ປະດິດຄວາມຮູ້, ວິທີການ, ຜະລິດຕະພັນ ທີ່ຄິດຄົ້ນໂດຍນັກສຶກສາໂດຍຕ້ອງມີເງື່ອນໄຂດັ່ງຕໍ່ໄດ້ນີ້:
- ສຶກສາໃນລະດັບປະລິນຍາຕີລົງມາ ໃນທຸກສາຂາວິຊາ ໂດຍມີເອກະສານຢັ້ງຢືນການເປັນນັກສຶກສາ.
- ຜະລິດຕະພັນຕົ້ນແບບ ຫຼື ສົມບູນ.

ຂັ້ນຕອນການສະໝັກ:

1. ປະກອບຂໍ້ມູນໃສ່ແບບຟອມສະໝັກປະກວດ Lao ICT Award ໃຫ້ຄົບຖ້ວນ ສາມາດດາວໂຫຼດແບບຟອມໄດ້ທີ່

ຟອມສະໝັກເຂົ້າແຂ່ງຂັນທົ່ວໄປ

ຟອມສະໝັກສະເພາະນັກສຶກສາ

2. ສົ່ງບົດການນຳສະເໜີກ່ຽວກັບ ຜະລິດຕະພັນ ຂອງຕົນ ໃນຮູບແບບວິດີໂອ ຫລື ບົດສະເໜີໃນ PowerPoint ກໍ່ໄດ້.

ຊ່ອງທາງການສົ່ງແບບຟອມສະໝັກ ແລະ ສົ່ງບົດການນຳສະເໜີມີ ດັ່ງລຸ່ມນີ້:
- ສາມາດສົ່ງລິ້ງຂອງ Google Drive ມາທີ່ອີເມວລ໌: laoictaward@gmail.com

ການສະເໜີຜະລິດຕະພັນ

ທຸກຜະລິດຕະພັນທີ່ສົ່ງເຂົ້າປະກວດ ຈະຕ້ອງເຮັດບົດນໍາສະເໜີຜະລິດຕະພັນຂອງຕົນໃນ 1 ຂອງ 2 ຮູບແບບທາງລຸ່ມນີ້:
  1. ໃນຮູບແບບ ວິດີໂອ ຕ້ອງເປັນໄຟລ໌ນາມສະກຸນ .mp4 ຄວາມຍາວ 2-5 ນາທີ ແລະ ບັນລະຍາຍເປັນພາສາລາວ ຫຼື ພາສາອັງກິດກໍໄດ້  ວິດີໂອຕົວຢ່າງ
  2. ໃນຮູບແບບບົດນຳສະເໜີ PowerPoint ຕ້ອງເປັນໄຟລ໌ນາມສະກຸນ .pptx, .ppt, ຫລື .pdf ໂດຍມີເນື້ອໃນເປັນພາສາລາວ ຫລື ອັງກິດ ກໍ່ໄດ້ ເວລາໃນການສະເໜີ ແລະ ຖາມຕອບ 15 ນາທີ

ເງື່ອນໄຂ ຜູ້ສະໝັກ ແລະ ຜະລິດຕະພັນ:

1 ເງື່ອນໄຂ ຂອງຜູ້ສະໝັກ:

- ນັກຮຽນ, ນັກສຶກສາ ຫຼື ນັກຄົ້ນຄວ້າ ທີ່ຂຶ້ນກັບຂະແໜງການສຶກສາໃດໜຶ່ງ.

- ເປັນບຸກຄົນ, ນິຕິບຸກຄົນ ທີ່ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ.

- ເປັນນິຕິບຸກຄົນ ທີ່ຮ່ວມທຶນກັບຕ່າງປະເທດ, ແຕ່ຄົນລາວຈະຕ້ອງຖືຮຸ້ນ ຢ່າງໜ້ອຍ 51% ຂອງຈຳນວນຮຸ້ນທັງໝົດ.

2 ເງື່ອນໄຂ ຂອງຜະລິດຕະພັນ:

- ຜູ້ສະເໜີເຂົ້າແຂ່ງຂັນຕ້ອງເປັນເຈົ້າ ຂອງຜົນງານ/ຜະລິດຕະພັນ ຖືກຕ້ອງ ສອດຄ່ອງ ຕາມກົດໝາຍຊັບສິນ ທາງປັນຍາ;

- ການພັດທະນາຕ້ອງເຮັດຂຶ້ນໃນ ສປປ.ລາວ ຢ່າງໜ້ອຍ 51% ລວມມີ: ການຄົ້ນຄວ້າ, ການພັດທະນາ ແລະ ການອອກແບບ.

- ໜື່ງຜະລິດຕະພັນສາມາດສົ່ງເຂົ້າແຂ່ງໄດ້ໜວດດຽວເທົ່ານັ້ນ.

ປະເພດລາງວັນໝວດທົ່ວໄປ:

ລາງວັນທີ 1 ເງິນສົດ, ໂລ້ລາງວັນ ແລະ ໃບຍ້ອງຍໍ

ລາງວັນທີ 2 ເງິນສົດ, ໂລ້ລາງວັນ ແລະ ໃບຍ້ອງຍໍ

ລາງວັນທີ 3 ເງິນສົດ, ໂລ້ລາງວັນ ແລະ ໃບຍ້ອງຍໍ

ລາງວັນທີ 4 ເງິນສົດ, ໂລ້ລາງວັນ ແລະ ໃບຍ້ອງຍໍ

ລາງວັນທີ 5 ເງິນສົດ, ໂລ້ລາງວັນ ແລະ ໃບຍ້ອງຍໍ

ລາງວັນທີຊົມເຊີຍ 5ລາງວັນ ເງິນສົດ ແລະ ໃບຍ້ອງຍໍ

ປະເພດລາງວັນໝວດນັກສຶກສາ:

ລາງວັນທີ 1 ເງິນສົດ, ໂລ້ລາງວັນ ແລະ ໃບຍ້ອງຍໍ

ລາງວັນທີ 2 ເງິນສົດ, ໂລ້ລາງວັນ ແລະ ໃບຍ້ອງຍໍ

ລາງວັນທີ 3 ເງິນສົດ, ໂລ້ລາງວັນ ແລະ ໃບຍ້ອງຍໍ

ລາງວັນທີຊົມເຊີຍ 5ລາງວັນ ເງິນສົດ, ແລະ ໃບຍ້ອງຍໍ

ຮູບແບບການຕັດສິນ ແລະ ເກນການໃຫ້ຄະແນນ ໝວດທົ່ວໄປ:

1 ຮູບແບບການຕັດສິນ:

 ຈະແບ່ງອອກເປັນ 02 ຂັ້ນຕອນຄື:

  1. ການຕັດສິນເບື້ອງຕົ້ນ (ອອນລາຍ ວັນທີ 21/12/2022):
    • ຜູ້ສະໝັກທຸກຄົນ ສົ່ງຜະລິດຕະພັນ ໃຫ້ກົມເຕັກໂນໂລຊີຂໍ້ມູນຂ່າວສານ, ກະຊວງ ຕສ ແລະ ຈະມີການປະເມີນຜົນໃຫ້ຄະແນນ ຜ່ານວິດີໂອ ຫລື ບົດຂອງການນໍາສະເໜີຜະລິດຕະພັນທີ່ໄດ້ສົ່ງເຂົ້າປະກວດ.
    • ໃນຜະລິດຕະພັນທີ່ສົ່ງເຂົ້າມາທັງໝົດ ຈະມີພຽງ 16ຜະລິດຕະພັນ(ໝວດທົ່ວໄປ) ແລະ 8ຜະລິດຕະພັນ(ໝວດນັກສຶກສາ) ທີ່ດີທີ່ສຸດ ທີ່ຈະຖືກຄັດເລືອກເຂົ້າສູ່ການແຂ່ງຂັນຮອບຊິງຊະນະເລີດ.
  2. ການຕັດສິນຮອບຊິງຊະນະເລີດ (ຮອບສຸດທ້າຍ) ວັນທີ 24-25/12/2022 ທີ່ :ຫໍປະຊຸມແຫ່ງຊາດຫຼັກ6

2 ເກນການໃຫ້ຄະແນນ(ຮອບສຸດທ້າຍ):

  ການໃຫ້ຄະແນນແຕ່ລະໝວດຜະລິດຕະພັນ ຈະປະຕິບັດດັ່ງນີ້:

ເກນການໃຫ້ຄະແນນ

ເນື້ອໃນ

PUB

PRV

CSR

DLC

STC

RND

ກົນລະຍຸດ

(Strategy)

    - ດ້ານນະວັດຕະກໍາ (Innovation)

50%

25%

50%

25%

25%

50%

    - ລູກຄ້າ/ປະໂຫຍດຕໍ່ສັງຄົມ & ຜົນກະທົບ(Customer/Public Value & Impact)

50%

25%

50%

25%

25%

20%

    - ດ້ານການຕະຫຼາດ (Marketability)

-

25%

-

25%

25%

-

    - ຮູບແບບທຸລະກິດ (Business Model)

-

25%

-

25%

25%

-

    - ສັກກະຍະພາບດ້ານການຄ້າ (Commercial Potential)

-

-

-

-

-

30%

                                    ລວມທັງໝົດ:

100%

100%

100%

100%

100%

100%

ຄຸນລັກສະນະ

(Feature)

    - ການປະຍຸກໃຊ້ເຕັກໂນໂລຊີ (Application of Technology)

30%

30%

30%

30%

30%

20%

    - ຄວາມສະດວກໃນການນໍາໃຊ້ (Ease of Use)

20%

20%

20%

20%

20%

20%

    - ຄວາມສອດຄ່ອງ ແລະ ຄວາມໜ້າເຊື່ອຖື (Compatibility & Reliability)

25%

25%

25%

25%

25%

20%

    - ຄຸນນະພາບ ແລະ ມາດຕະຖານ (Quality & Standards)

25%

25%

25%

25%

25%

20%

    - ການຢັ້ງຢືນແນວຄວາມຄິດ/ຮູບແບບການເຮັດວຽກ (Proof of Concept/Working Prototype)

-

-

-

-

-

20%

                                    ລວມທັງໝົດ:

100%

100%

100%

100%

100%

100%

ການນໍາສະເໜີ

(Presentation)

    - ໂຄງສ້າງດ້ານເນື້ອໃນ (Contents Structure)

30%

    - ຄວາມດຶງດູດດ້ານຮູບພາບ (Visual Appeal)

15%

    - ການນໍາສະເໜີໂດຍສັງເຂບ (Pitching)

40%

    - ການຕອບສະໜອງ (Responsiveness)

15%

                                    ລວມທັງໝົດ:

100%


ຮູບແບບການຕັດສິນ ແລະ ເກນການໃຫ້ຄະແນນ ໝວດນັກສຶກສາ:

ຜົນງານຕົວຢ່າງ:

ຫົວຂໍ້: Road Tax
ໝວດ: ເພື່ອສັງຄົມ (Corporate Social Responsibility)
ຫົວຂໍ້: Lao Autism Talks App
ໝວດ: ເພື່ອສັງຄົມ (Corporate Social Responsibility : CSR)
ຫົວຂໍ້: LaoNavi Application Present By Devzy
ໝວດ: ເນື້ອໃນດິຈິຕອນ (Digital Content : DLC)
ຫົວຂໍ້: VR Fire Fighter
ໝວດ: ເນື້ອໃນດິຈິຕອນ (Digital Content : DLC)
ຫົວຂໍ້: Tessaract
ໝວດ: ບໍລິສັດສ້າງຕັ້ງໃໝ່ ດ້ານໄອຊີທີ (Start-Up Company)
goteddy
ໝວດ: ບໍລິສັດສ້າງຕັ້ງໃໝ່ ດ້ານໄອຊີທີ (Start-Up Company : STC)

ສະຫງວນລິຂະສິດໂດຍ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ.
Vector Vectors by Vecteezy    Icons from www.flaticon.com