ຄວາມເປັນມາຂອງການປະກວດ:

ໂຄງການ ຈັດປະກວດ Lao ICT Award ເປັນໂຄງການ ຂອງ ກະຊວງ ປທສ, ຊຶ່ງເລີ່ມຈັດຂຶ້ນມາຕັ້ງແຕ່ປີ 2017 ເພື່ອສະໜັບສະໜູນ ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ແລະ ບໍລິສັດຕ່າງໆ ໄດ້ມີໂອກາດສະແດງສັກກະຍະພາບ ແລະ ຄວາມສາມາດ ຂອງຕົນ ທາງດ້ານໄອຊີທີ. ພ້ອມນັ້ນ, ກໍຍັງເປັນການສ້າງແຮງບັນດານໃຈໃນການສົ່ງຜົນງານເຂົ້າຮ່ວມໃນເວທີພາກພື້ນອາຊຽນ ກໍຄື ໂຄງການ ASEAN ICT Awards.

ໝວດຜະລິດຕະພັນ:

ເປັນຜະລິດຕະພັນທີ່ນຳໃຊ້ ສຳລັບການບໍລິການ ສາທາລະນະທີ່ຄຸ້ມຄອງໂດຍພາກລັດ ຫຼື ຜະລິດຕະພັນທີ່ໜ່ວຍງານຂອງພາກລັດ ນຳໃຊ້ສຳລັບການບໍລິການ ສາທາລະນະ.
ເປັນຜະລິດຕະພັນທີ່ກ່ຽວຂ້ອງກັບການບໍລິການຕ່າງໆ ສຳລັບທຸລະກິດ, ສ່ວນບຸກຄົນ ຫຼື ຊຸມຊົນ ເຊັ່ນ: ດ້ານອຸດສາຫະກຳການເງິນ, ການທ່ອງທ່ຽວ ແລະ ການບໍລິການອື່ນໆ.
ເປັນຜະລິດຕະພັນທີ່ກ່ຽວກັບການສ້າງຜົນປະໂຫຍດຕໍ່ສັງຄົມ ຜະລິດຕະພັນສຳລັບການປັບປຸງຊີວິດການເປັນຢູ່, ປັບປຸງຄຸນນະພາບຊີວິດ ແລະ ປັບປຸງມາດຕະຖານການດຳລົງ ຊີວິດຂອງຄົນໃນສັງຄົມ.
ເປັນຜະລິດຕະພັນທີ່ນຳໃຊ້ເຕັກໂນໂລຊີມາປະຍຸກສ້າງສັນຜົນງານ ເຊັ່ນ: ຂໍ້ຄວາມສຽງ, ຮູບພາບ, ພາບເຄື່ອນໄຫວ, ຂ່າວ ແລະ ການບັນເທີງປະເພດຕ່າງໆ.
ເປັນຜະລິດຕະພັນແນວຄິດສ້າງສັນ ຂອງບໍລິສັດຂະໜາດນ້ອຍ ທີ່ຫາກໍ່ສ້າງຕັ້ງໃໝ່.
ເປັນຜະລິດຕະພັນທີ່ມີການຄົ້ນຄວ້າ ຫຼື ພັດທະນາ ຂຶ້ນໃໝ່, ເປັນເຕັກໂນໂລຊີໃໝ່ໆ.

ຂັ້ນຕອນການສະໝັກ:

1. ປະກອບຂໍ້ມູນໃສ່ແບບຟອມສະໝັກປະກວດ Lao ICT Award ໃຫ້ຄົບຖ້ວນ ສາມາດດາວໂຫຼດແບບຟອມໄດ້ທີ່

2. ສົ່ງບົດການນຳສະເໜີກ່ຽວກັບ ຜະລິດຕະພັນ ຂອງຕົນ ໃນຮູບແບບວິດີໂອ ຫລື ບົດສະເໜີໃນ PowerPoint ກໍ່ໄດ້.

ຊ່ອງທາງການສົ່ງແບບຟອມສະໝັກ ແລະ ສົ່ງບົດການນຳສະເໜີ ມີ 02 ຊ່ອງທາງ ດັ່ງລຸ່ມນີ້:
- ສາມາດສົ່ງລິ້ງຂອງ Dropbox ຫຼື Google Drive ມາທີ່ອີເມວລ໌: laoictaward@gmail.com
- ສາມາດສົ່ງໃນຮູບແບບເປັນ CD, DVD ມາທີ່ ກົມເຕັກໂນໂລຊີຂໍ້ມູນຂ່າວສານ, ບ້ານວັດນາກ, ເມືອງສີສັດ ຕະນາກ, ນະຄອນຫຼວງວຽງຈັນ.

ການສະເໜີຜະລິດຕະພັນ

ທຸກຜະລິດຕະພັນທີ່ສົ່ງເຂົ້າປະກວດ ຈະຕ້ອງເຮັດບົດນໍາສະເໜີຜະລິດຕະພັນຂອງຕົນໃນ 1 ຂອງ 2 ຮູບແບບທາງລຸ່ມນີ້:
  1. ໃນຮູບແບບ ວິດີໂອ ຕ້ອງເປັນໄຟລ໌ນາມສະກຸນ .avi ຄວາມຍາວ 2-5 ນາທີ ແລະ ບັນລະຍາຍເປັນພາສາລາວ ຫຼື ພາສາອັງກິດກໍໄດ້ 
  2. ໃນຮູບແບບບົດນຳສະເໜີ PowerPoint ຕ້ອງເປັນໄຟລ໌ນາມສະກຸນ .pptx, .ppt, ຫລື .pdf ໂດຍມີເນື້ອໃນເປັນພາສາລາວ ຫລື ອັງກິດ ກໍ່ໄດ້

ຜົນງານຕົວຢ່າງ:

ຫົວຂໍ້: BIZGITAL The content company
ໝວດ: ເນື້ອໃນດິຈິຕອນ (Digital Content : DLC)
ຫົວຂໍ້: Lao Autism Talks App
ໝວດ: ເພື່ອສັງຄົມ (Corporate Social Responsibility : CSR)
ຫົວຂໍ້: LaoNavi Application Present By Devzy
ໝວດ: ເນື້ອໃນດິຈິຕອນ (Digital Content : DLC)
ຫົວຂໍ້: ວີດີໂອນຳສະເໜີ ຟອນຕ໌ ມິດໃໝ່
ໝວດ: ລາງວັນພິເສດ ອອກແບບຟ້ອນລາວ
ຫົວຂໍ້: Toh Lao Co-working Space
ໝວດ: ຄົ້ນຄ້ວາ ແລະ ການພັດທະນາ ດ້ານໄອຊີທີ (Research and Development:RND)
ຫົວຂໍ້: Book Delivery
ໝວດ: ບໍລິສັດສ້າງຕັ້ງໃໝ່ ດ້ານໄອຊີທີ (Start-Up Company : STC)

ຜູ້ສະໜັບສະໜູນ

PLATIMUM SPONSOR

GOLD SPONSOR

SILVER SPONSOR


ສະຫງວນລິຂະສິດໂດຍ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ.
ບ້ານ ວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
ໂທລະສັບ / ແຟັກ: +856-21-316 563.