ຄວາມເປັນມາຂອງການປະກວດ:

ໂຄງການ ຈັດປະກວດ Lao ICT Award ເປັນໂຄງການ ຂອງ ກະຊວງ ປທສ, ຊຶ່ງຈະຈັດເປັນຂຶ້ນເປັນຄັ້ງທໍາອິດ ໃນປີ 2017 ນີ້ ເພື່ອສະໜັບສະໜູນ ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ແລະ ບໍລິສັດຕ່າງໆ ໄດ້ມີໂອກາດສະແດງສັກກະຍະພາບ ແລະ ຄວາມສາມາດ ຂອງຕົນ ທາງດ້ານໄອຊີທີ. ພ້ອມນັ້ນ, ກໍຍັງເປັນການສ້າງແຮງບັນດານໃຈໃນການສົ່ງຜົນງານເຂົ້າຮ່ວມໃນເວທີພາກພື້ນອາຊຽນ ກໍຄື ໂຄງການ ASEAN ICT Awards.

ໝວດຜະລິດຕະພັນ:

ເປັນຜະລິດຕະພັນທີ່ນຳໃຊ້ ສຳລັບການບໍລິການ ສາທາລະນະທີ່ຄຸ້ມຄອງໂດຍພາກລັດ ຫຼື ຜະລິດຕະພັນທີ່ໜ່ວຍງານຂອງພາກລັດ ນຳໃຊ້ສຳລັບການບໍລິການ ສາທາລະນະ.
ເປັນຜະລິດຕະພັນທີ່ກ່ຽວຂ້ອງກັບການບໍລິການຕ່າງໆ ສຳລັບທຸລະກິດ, ສ່ວນບຸກຄົນ ຫຼື ຊຸມຊົນ ເຊັ່ນ: ດ້ານອຸດສາຫະກຳການເງິນ, ການທ່ອງທ່ຽວ ແລະ ການບໍລິການອື່ນໆ.
ເປັນຜະລິດຕະພັນທີ່ກ່ຽວກັບການສ້າງຜົນປະໂຫຍດຕໍ່ສັງຄົມ ຜະລິດຕະພັນສຳລັບການປັບປຸງຊີວິດການເປັນຢູ່, ປັບປຸງຄຸນນະພາບຊີວິດ ແລະ ປັບປຸງມາດຕະຖານການດຳລົງ ຊີວິດຂອງຄົນໃນສັງຄົມ.
ເປັນຜະລິດຕະພັນທີ່ນຳໃຊ້ເຕັກໂນໂລຊີມາປະຍຸກສ້າງສັນຜົນງານ ເຊັ່ນ: ຂໍ້ຄວາມສຽງ, ຮູບພາບ, ພາບເຄື່ອນໄຫວ, ຂ່າວ ແລະ ການບັນເທີງປະເພດຕ່າງໆ.
ເປັນຜະລິດຕະພັນແນວຄິດສ້າງສັນ ຂອງບໍລິສັດຂະໜາດນ້ອຍ ທີ່ຫາກໍ່ສ້າງຕັ້ງໃໝ່.
ເປັນຜະລິດຕະພັນທີ່ມີການຄົ້ນຄວ້າ ຫຼື ພັດທະນາ ຂຶ້ນໃໝ່, ເປັນເຕັກໂນໂລຊີໃໝ່ໆ.

ຂັ້ນຕອນການສະໝັກ:

1. ປະກອບຂໍ້ມູນໃສ່ແບບຟອມສະໝັກປະກວດ Lao ICT Award ໃຫ້ຄົບຖ້ວນ ສາມາດດາວໂຫຼດແບບຟອມໄດ້ທີ່ ຟອມລາງວັນທົ່ວໄປ    ຟອມລາງວັນພິເສດ
2. ສ້າງວິດີໂອນໍາສະເໜີ ກ່ຽວກັບ ຜະລິດຕະພັນ ຂອງຕົນ.

ຊ່ອງທາງການສົ່ງແບບຟອມສະໝັກ ແລະ ວິດີໂອ ມີ 02 ຊ່ອງທາງ ດັ່ງລຸ່ມນີ້:
- ສາມາດສົ່ງ ຜ່ານ Dropbox ຫຼື Google Drive ມາທີ່ອີເມວລ໌: laoictaward@gmail.com
- ສາມາດສົ່ງໃນຮູບແບບເປັນ CD, DVD ມາທີ່ ກົມເຕັກໂນໂລຊີຂໍ້ມູນຂ່າວສານ, ບ້ານວັດນາກ, ເມືອງສີສັດ ຕະນາກ, ນະຄອນຫຼວງວຽງຈັນ.

ການສະເໜີຜະລິດຕະພັນ

ທຸກຜະລິດຕະພັນທີ່ສົ່ງເຂົ້າປະກວດ ຈະຕ້ອງເຮັດບົດນໍາສະເໜີ ເປັນວິດີໂອ (ໄຟລ໌ນາມສະກຸນ .avi), ຄວາມຍາວ 2-5 ນາທີ ແລະ ບັນລະຍາຍເປັນພາສາລາວ ຫຼື ພາສາອັງກິດກໍໄດ້.

ຜູ້ສະໜັບສະໜູນ


ສະຫງວນລິຂະສິດໂດຍ ກົມເຕັກໂນໂລຊີຂໍ້ມູນຂ່າວສານ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ.
ບ້ານ ວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
ໂທລະສັບ / ແຟັກ: +856-21-316 563.